ສະຖານທີ່ທ່ອງທ່ຽວທີເດັ່ນ

11 ສະຖານທີ່ທ່ອງທ່ຽວທີ່  Hit Hot
ຈະມີສະຖານທີ່ໃດແດ່ ແຕ່ລະແຫ່ງຈະມີຂໍ້ມູນແນວໃດ ຈະມີສິ່ງໃດທີ່ເຮັດໃຫ້ທ່ານສົນໃຈຫລືບໍ່
ຈະມີສະຖານທີ່ ທີ່ທ່ານຄິດໄວ້ຫລືບໍ່ ໄປເບິ່ງກັນເລີຍ.




👉 ພະທາດຫລວງວຽງຈັນ (Pha Thad luang) พระทาดหลวงเวียงจันทน์

ຕັ່ງຢູ່ເທິງເມືອງວຽງຈັນ ຖືກສ້າງຂຶ້ນໂດຍບຸລລີຈັນອ້ວຍລ້ວຍ ເປັນສິລະປະສະໄຫມບູຮານທີ່ມີຄວາມເປັນມາອັນຍາວນານ ບໍລິເວນຮອບໆພະທາດມີລາຍລ້ອມຫລາຍອົງ ພະທາດນ້ອຍໆຈະຖືກແກະສະລັກລວດລາຍພະຍານາກ ແລະ ພະພຸດທະຮູບຕິດມອງລາຍກີບບົວ ຢູ່ຖານປັກຖວ່າເປັນປູຊະນີຍະສະຖານທີ່ຍຶດໝັ້ນຈິດໃຈຂອງຄົນລາວອາຍທີ່ສຸດ.
👉 ວັງວຽງ (Vang Vieng) วังเวียง.
ວັງວຽງຢູ່ຫ່າງຈາກວຽງຈັນປະມານ 150 ກິໂລແມັດ ຢູ່ພາຍໃຕ້ການໂອບລ້ອມຂອງພູເຂົາ ແລະ ແມ່ນ້ຳ ເຮັດໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງທຳມະຊາດມີພາບຂອງທິວທັດຂອງພູເຂົາທີ່ວາງສະຫຼັລກັນໄປມາ ແລະ ຍັງມີປະຊາຊົນທີ່ເຮັດໃຫ້ເຮົາໄດ້ສຳຜັດກັບກິ່ນອາຍວິຖີຊີວິດ ແລະ ວັດທະນະທຳເຊັ່ນ : ເຜົ່າລາວສູງ,ລາວເທິງ ແລະ ໄທລື້ ກິດຈະກຳທີ່ຫນ້າສົນໃຈໄດ້ແກ່ ການເດີນທາງໄກເພື່ອຊົມທຳມະຊາດປ່າໄມ້, ການປີນເຂົ້າ,ຊົມຖ້ຳ ແລະ ການລ່ອງກຸມເບັງ(ຕີນລົດ) ລອຍຢູ່ແມ່ນ້ຳຊອງ ອື່ນໆ...... ໃນສ່ວນຂອງຄວາມສະດວກສະບາຍກໍຄົບ ຮ້ານອາຫານ,ອິນເຕີເນັດ ທີ່ເປີດໃຫ້ບໍລິການກັນຢ່າງຄຶກຄື່ນ (ປາໝັ້ນໃຈວ່າໃຜກະຕ້ອງເຄີຍໄປມາແລ້ວເນາະ ).



👉 ວັດຊຽງທອງ (Wat Xieng Thong) วัดเชียงทอง.



ວັດຊຽງທອງ ຕັ້ງຢູາທາງທິດຕາເວັນອອກສຽງເຫນືອຂອງຫຼວງພະບາງ ມີສະຖາປັດຕະຍະກຳແລະລ້ານນາ ວັດຊຽງທອງມີຮູບລົງທີ່ສວຍງາມ ແລະ ເປັນສະຖານທີ່ຂອງຊາວລາວທີ່ມີຄຸນຄ່າຕໍ່ຈິດໃຈ ພາຍໃນປະກັບປະດາດ້ວຍ ພະອຸໂບສົດ,ໂຮງມຽນໂກສ,ພະປະທານ,ວິຫານນ້ອຍ ທີ່ມີສິລະປະແບບຫຼວງພະບາງຢ່າງແທ້ຈິງ.

👉 ວຽງໄຊ (Vieng Xai) เสียงไชยา.
ວຽງໄຊຄັ້ງຢູ່ໃນແຂວງຫົວພັນ ແຫຼ່ງທ່ອງທ່ຽວຫຼັກ ຄື ຖ້ຳຜູ້ນຳ ເປັນຖ້ຳຫີນປູນທີ່ປົກຄຸມດ້ວຍຕົ້ນໄມ້ຂຽວສົດ ພາຍໃນຖືກຖືກຂຸດເຈາະເພື່ອສ້າງເປັນທີ່ຢູ່ອາໄສ ມີທຸກສິ່ງໃນໂລກແຫ່ງນີ້ເພາະວ່າ ເຄີຍເປັນທີ່ຫລົບໄພຂອງທະຫານກອມມິນິດອາໄສໄດ້ 20,000 ຄົນ ມີໂຮງຫມໍ ແລະ ໂຮງໜັງເກົ່າໃນຖືກ.

👉 ຖ້ຳປາກອູ (Tham park au) ถ้ำปากอู.
ຖ້ຳປາກອູ ຄັ້ງຢູ່ໃນແຂວງຫລວງພະບາງແຕ່ແມ່ນ້ຳຂອງ ນັ່ງເຮືອຫລວງພະບາງ 25 ນາທີ ຖ້ຳຕິ່ງແບ່ງອອກເປັນ 2 ຖ້ຳຄື : ຕິ່ງລຸ່ມ ແລະ ຕິ່ງເທິງ ເມື່ອລົງຈາກເຮືອທຸກຄົຍຈະພົບຖ້ຳຕິ່ງຢູ່ລຸ່ມຊຶ່ງໂພງບໍ່ເລິກ ພາຍໃນມຮຫີນງອກ,ຫີນຍ້ອຍທີ່ເກີດຈາກທຳມະຊາດມີຮູບປັ້ນພະພຸດທະຮູບທີ່ເຮັດຈາກໄມ້ຈຳນວນຫລາຍ ກ່າວກັນວ່າໃນສະໄຫມກ່ອນໃຊ້ເປັນທີ່ບູຊາດວງວິນຍານ ແລະ ພຸດຜີ ເມື່ອຍ່າງເຂົ້າໄປອີກທາງຫນຶ່ງ ທຸກຄົນຈະພົບຖ້ຳຕິືງເທິງຊຶ່ງມີຄວາມເລິກຫລາຍ.



👉 ນ້ຳຕົກຕາດກວາງຊີ (Kuangchi waterfall) น้ำตกตาดกวางซี.
ນ້ຳຕົກຕາດກວາງຊີ ແມ່ນນ້ຳຕົກຕາດທີ່ສວຍງາມທີ່ສຸດໃນຫລວງພະບາງ ເປັນນ້ຳຕົກຫີນປູນຂະຫນາດໃຫຍ່ ສູງປະມານ 70 ແມັດ ມີນ້ຳໄຫລມາຈາກຫນ້າຜາ ຮູບຊົງແປກຕາລົງສູອ່າງນ້ຳເບື້ອງລຸ່ມ ມີນ້ຳຕະຫລອດປີ ປ່າໄມ້ຫົ່ມເຢັນ ດ້ານລຸ່ມມີຂວາ ແລະ ເສັ້ນທາງເດີນຊົມນ້ຳຕົກ.


👉 ຄອນພະເພັງ (khon pha pheng) คอนพะเพ็ง.

ຄອນພະເພັງ ເປັນນ້ຳຕົກຕາດທີ່ກ້ວາງໃຫຍ່ທີ່ສຸດ ແລະ ມີແມ່ນ້ຳຂອງໄຫລຜ່ານ ເປັນບໍລິເວນກວ້າງເຖິງ 14 ກິໂລແມັດ ມີນ້ຳຕົກຕາດທີ່ສູງ ແລະ ໄຫລແຮງ ຫນ້າປະທັບໃຈ ໂດຍສະເພາະໃນລະດູຝົນ ນ້ຳຕົກຕາດຄອນພະເພັງເຕັມໄປດ້ວຍໂງ່ນຫີນສະຫລັກຢາຍກັນ ມັນເປັນບ່ອນທຳມາຫາກິນຂອງຊາວບ້ານແບບວິທີດັ້ງເດີມ. ນອກນັ້ນຍັງມີນ້ຳຕົກຕາດທີ່ຫນ້າປະທັບໃຈອີກແຫ່ງຫນຶ່ງຊື່ວ່າ : ຫລີ່ຜີ ເຂົ້າໄປໄດ້ທາງເຮືອຈາກບ້ານນາກະຊັງໄປ ຖ້າໂຊກກໍຈະເຫັນປ່າຂ່າໂລມານ້ຳຈືດ.

👉 ສີພັນດອນ (Siphandon) สีพันดอน.

ສີພັນດອນເປັນຫມູ່ເກາະທີ່ຢູ່ທາງຕອນໃຕ້ຂອງປະເທດລາວ ຊາວບ້ານຈຶ່ງນິຍົມເຮັດອາຊີບຫາປາ ແລະ ມີການດຳລົງຊິວິດ ແລະຊົນນະບົດເປັນເຂດທີ່ມີ ຄວາມສະຫງົບສູງ ຈຸດທ່ອງທ່ຽວຫລັກໆ ທີ່ນິຍົມກັນມີຢູ່ 3 ແຫ່ງຄື: ດອນຄົງດອນເດັດ ແລະ ດອນຄອນດອນຄົງ ເປັນເກາະທີ່ມີຂະຫນາດໃຫຍ່ມີບັນຍາກາດງຽບສະຫງົບ ເໝາະກັບການພັກຜ່ອນທີ່ສຳຜັດອາກາດບໍລິສຸດ ສ່ວນອີກ 2 ເກາະຈະມີທີ່ພັກກາຍເພື່ອໃຫ້ບໍລິການ.


👉 ວັດພູຈໍາປາສັກ(Wat phu) วัดพูจำปาสัก.

ວັດພູຈຳປາສັກ ຕັ້ງຢູ່ເທິງເນີນພູ ໃນແຂວງຈຳປາສັກ ເປັນຊາດຫັກພັງຂອງວັດຮິນດູ ໄດ້ຮັບການຈົດທະບຽນເປັນມໍລະດົກໂລກ ທາງເຂົ້າວັດພູ ມີຫີນປູນ ຮຽງລາຍມີເສົາຕັ້ງຮຽງຂະຫນານເຂົ້າທາງຍ່າງ ມີເຮືອນໃຫຍ່ 2 ຫຼັງ ມີຊຸ່ມປະຕູທີ່ພັງທະລາຍ ມີຫີນສະລັກເປັນຫົວຊ້າງ ແລະ ຍັງມີຮູບປັ້ນຫີນໃນຮູບຊົງຕ່າງໆອີກຫລາຍ ເຊັນ : ໂຍຄີ,ແຂ້ ແລະ ພະພຸດທະຮູບ ໃຫ້ຄວາມຮູ້ສຶກອະລັງການ.

👉 ແມ່ນ້ຳຂອງ (Mekong River) แม่น้ำโขง.
ແມ່ນ້ຳຂອງມີຄວາມຍາວ 4,350 ກິໂລແມັດ ແລະ ຍາວທີ່ສຸດໃນເອເຊຍຕາເວັນອອກສຽງໃຕ້ ໃຊ້ເປັນເສັ້ນທາງສະຫລັກການສັນຈອນໄປມາ ມີທັດຊະນີອັນສະທ້ອນໃຫ້ເຫັນວິຖີຊີວິດ ຂອງຊາວລາວເປັນທຳມະຊາດມີອາກາດທີ່ບໍລິສຸດຫາໄດ້ຍາກ ຈຶ່ງເຮັດໃຫ້ການລ່ອງແມ່ນ້ຳຂອງເປັນທີ່ນິຍົມຢ່າງຫລາຍ ໂດຍເລີ່ມລາວແມ່ນ້ຳຂອງຕັ້ງແຕ່ເມືອງຫ້ວຍຊາຍ ແລະ ໄປສຸດທີ່ເມືອງຫລວງພະບາງ.


👉 ທົ່ງໄຫຫີນ (Plain of jar) ทุ่งไหหิน.
ທົ່ງໄຫຫີນຢູ່ ເມືອງ ຊຽງຂວາງ ເປັນທີ່ຮາບກວ້າງເຊິ່ງຈະເຕັມໄປດ້ວຍ ຫີນຮູບຊົງໄຫ ແລະ ມີຄວາມສູງຕັ້ງແຕ່ 1-3 ແມັດ ສຳຫລັບນັດບູຮານຄະດີຕ່າງໆ ສັນນິຖານວ່າປາກົດການເກົ່ານີ້ເກີດຂຶ້ນຕັ້ງແຕ່ຍຸກຫີນ ຫນ້າຈະມີຄວາມກ່ຽວຂ້ອງກັງພິທີກຳໃນການຝັງຄົນຕາຍ ແລະ ຮອບໆບໍລິເວນນັ້ນຍັງມີຮ່ອງຮອຍຂອງຂຸມລະເບີດ ໃນສະໄໝທີ່ຖືກຈັກກະພັດອາເມລິກາໂຈມຕີອີກດ້ວຍ ເຮັດໃຫ້ຜູ້ຄົນນິຍົມເຂົ້າມາຢ້ຽມຢາມເປັນຈຳນວນຫລາຍ.





ความคิดเห็น